ກຳປູເຈຍ ຈັດງົບປະມານ 1,2 ຕື້ໂດລາແກ້ໄຂຄວາມທຸກຍາກ
ຕາມຂ່າວຈາກ ຊິນຮວາ ຂອງ ສປ ຈີນ, ວັນທີ 3 ຕຸລາ ນີ້, ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫຼງວ່າ: ລັດຖະບານ ກຳ
ປູເຈຍ ໄດ້ຈັດງົບປະມານ 1,2 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫລືອກຸ່ມຄົນທຸກຍາກ ແລະ ອ່ອນແອໃນປະເທດນັບຕັ້ງແຕ່ປີ 2019 ໂດຍສະເພາະແມ່
ຍິງຖືພາ ແລະ ເດັກອາຍຸຕ່ຳກວ່າ 2 ປີ ຕັ້ງແຕ່ປີ 2019 ແລະ ມອບເງິນໃຫ້ກຸ່ມຄົນທຸກຍາກ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຕັ້ງແຕ່ປີ 2020.
ຂະນະດຽວກັນ, ກໍມອບເງິນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກແຮງກົດດັນເງິນເຟີ້ຕັ້ງແຕ່ປີ 2022. ປັດຈຸບັນ ກຳປູເຈຍ ໄດ້ຂຶ້ນແຜນເງິນ
ຊ່ວຍເຫຼືອເປັນຈຳນວນ 1,2 ຕື້ໂດລາສະຫະລັດ ໃຫ້ແກ່ປະຊາຊົນປະມານ 4,8 ລ້ານຄົນ ແລະ ໂຄງການເຫລົ່ານີ້ຈະຍັງຄົງດຳເນີນຕໍ່ໄປ.
ໃນໄລຍະ 9 ເດືອນຜ່ານມາ ກຳປູເຈຍ ໄດ້ຈ່າຍເງິນເກືອບ 400 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນກຸ່ມຄົນດັ່ງກ່າວ ເພື່ອສູ້ຊົນໃຫ້ບັນ
ລຸເປົ້າໝາຍການຫລຸດຜ່ອນຄວາມທຸກຍາກໃນປະເທດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/10/2023